ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I
ແລະ ວາງທິດທາງແຜນການປະຈຳໄຕມາດ II


ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ.

    ໃນວັນທີ 22 ມີນາ 2024 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ເປັນເຈົ້າພາບເປີດກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະ
ການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະກອງບັນຊາການ
ທະຫານແຂວງບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ກອງພົນທະຫານຮາບທີ3 ແລະ ກອງບັນຊາການ ປກສ ແຂວງອຸດົມໄຊເຂົ້າຮ່ວມ.

     ໃນກອງປະຊຸມຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດໜ້າທີ່
ວຽກງານຮອບດ້ານປະຈຳໄຕມາດທີ I ແລະ ວຽກງານຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດຕາມ 5
ຫຼັກການ 3 ທິດຊີ້ນໍາປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນຖືເອົາວຽກ
ງານສຶກສາອົບຮົມການເມືອງນຳພາ-ແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດ
ການເມືອງໜັກແໜ້ນເຊື່ອໜັ້ນຕໍ່ການນຳພາຂອງພັກ, ຄຽງຄູ່ກັນນັ້ນກໍ່ໄດ້ຈັດຕັ້ງພະນັກງານ-ວິຊາການ ລົງກໍ່ສ້າງຮາກຖານການເມືອງແບບ
ມູນເຊື້ອຢູ່ບັນດາເຂດຈຸດສຸມຕ່າງໆ, ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນເກັບກຳເອົາສະພາບການຕ່າງໆ, ຈັດຕັ້ງອົບຮົມ-ຫັດ
ແອບວຽກວິຊາສະເພາະ ໃຫ້ມີຄວາມຊໍານິຊໍານານປະກອບສ່ວນເຂົ້່າໃນການປັບປຸງກໍ່ສ້າງຄ້າຍຄູຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ,
ເຂັ້ມແຂງ,ໜັກແໜ້ນ, ກໍ່ສ້າງກອງ 3 ປອດ, ສ້າງກົມກອງວັດທະນາທຳ-ນັກຮົບວັດທະນາທຳ, ຕ້ານ ແລະ ສະກັດກັ້ັ້ນບັນດາປະກົດການ
ຫຍໍ້ທໍ້ທີ່ຈະເກີດຂຶ້ນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມປອດໄພ.

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະບັນຊາແຕ່ລະກົມກອງ ສືບຕໍ່ປະຕິ
ບັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຄາດໝາຍ, ເອົາໃຈໃສ່ສືບຕໍ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຄື່ອນໄຫວລາດ
ຕະເວນຂອບເຂດກົມກອງຮັບຜິດຊອບ, ຈັດຕັ້ງລະບົບປະຈຳການ 3 ຂັ້ນໃຫ້ເຂັ້ມງວດ, ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ບັນດາ
ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນຕິດພັນກັບການປັບປຸງຊັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະ, ພ້ອມ
ກັນເຄື່ອນໄຫວຕ້ານ-ສະກັດກັ້ນປະກົດການຕ່າງໆທີ່ຈະເກີດຂຶ້ນຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100%.

ແຫຼ່ງຂ່າວໂດຍ ສົມພູນ
ວັນທີ 27/03/2024